ຫຼັກສູດ Zhongwen ເປັນຫຼັກສູດຂອງນັກຮຽນລຸ້ນອາຍຸ 7-12 ປີ ເຊິ່ງຫຼັກສູດນີ້ຈະເໝາະສຳລັບນັກຮຽນ ຕ່າງປະເທດຕັ້ງແຕ່ລະດັບ ປະຖົມ ຫາ ມັດທະຍົມ, ຫຼັກສູດດັ່ງກ່າວຖືກຮອງຮັບຈາກຫ້ອງການການຕ່າງປະເທດ ຂອງສະພາແຫ່ງລັດແຫ່ງສາທາລະນະລັດປະຊາຊົນຈີນ (the Overseas Chinese Affairs Office of the State Council of the People’s Republic of China) ແລະ ຮຽບຮຽງໂດຍວິທະຍາໄລພາສາ ແລະ ວັດທະນະ ທໍາຈີນຂອງມະຫາວິທະຍາໄລຈີ້ໜານ
Overview
Curriculum

ຫຼັກສູດ Zhongwen

ຫຼັກສູດ Zhongwen ເປັນຫຼັກສູດຂອງນັກຮຽນລຸ້ນອາຍຸ 7-12 ປີ ເຊິ່ງຫຼັກສູດນີ້ຈະເໝາະສຳລັບນັກຮຽນ ຕ່າງປະເທດຕັ້ງແຕ່ລະດັບ ປະຖົມ ຫາ ມັດທະຍົມ, ຫຼັກສູດດັ່ງກ່າວຖືກຮອງຮັບຈາກຫ້ອງການການຕ່າງປະເທດ ຂອງສະພາແຫ່ງລັດແຫ່ງສາທາລະນະລັດປະຊາຊົນຈີນ (the Overseas Chinese Affairs Office of the State Council of the People's Republic of China) ແລະ ຮຽບຮຽງໂດຍວິທະຍາໄລພາສາ ແລະ ວັດທະນະ ທໍາຈີນຂອງມະຫາວິທະຍາໄລຈີ້ໜານ (the Chinese Language and Culture College of Jinan University), ເປັນຫຼັກສູດທີ່ນໍາໃຊ້ຫຼາຍທີ່ສຸດໃນຂອບເຂດທົ່ວໂລກ, ອອກແບບສະເພາະໃຫ້ແກ່ນັກຮຽນ ຕ່າງປະເທດທີ່ຕ້ອງການຮຽນຮູ້ພາສາ ແລະ ວັດທະນະທໍາຈີນ. ຫຼັກສູດ Zhongwen ມີທັງໝົດ 12 ລະດັບ, ແຕ່ລະລະດັບປະກອບມີປຶ້ມບົດຮຽນ 1 ຫົວ ເເລະ ປຶ້ມບົດເຝິກຫັດ 2 ຫົວ.

ຈຸດພິເສດຂອງຫຼັກສູດຂອງສູນເຮົາແມ່ນຈະເນັ້ນການປູກຝັງຄວາມຄຸ້ນເຄີຍກັບພາສາຈີນຕັ້ງແຕ່ເລີ່ມຕົ້ນ ແລະ ເພີ່ມການສົນທະນາກັນໃນຫ້ອງຮຽນໃຫ້ຫຼາຍຂຶ້ນ ເພື່ອໃຫ້ນັກຮຽນມີຄວາມກ້າໃນການເວົ້າ ແລະ ສາມາດສື່ສານເປັນພາສາຈີນໄດ້ແທ້ໃນຊີວິດປະຈຳວັນ. ນອກນັ້ນ, ຍັງໄດ້ຮຽນຮູ້ຄວາມເປັນມາຂອງຕົວອັກສອນຈີນ ຈາກຮູບພາບ ແລະ ເນັ້ນການເຝິກແອບການຂຽນໃຫ້ຫຼາຍ ເພື່ອເປັນເຝິກການຈື່ຈຳຕົວອັກສອນຈີນ. ຊ່ວງໄລຍະນີ້ ຈະເປັນໄລຍະທີ່ນັກຮຽນໄດ້ເຝິກຝົນທັກສະການອ່ານ, ການຂຽນຕົວອັກສອນຈີນໃຫ້ຍົກລະດັບຂຶ້ນ ແລະ ເສີມສ້າງຄວາມສາມາດໃນການນຳໃຊ້ຄຳສັບທີ່ໄດ້ຮຽນມາປະກອບເປັນປະໂຫຍກ ເພື່ອໃຫ້ນັກຮຽນສາມາດເຂົ້າໃຈ ແລະ ສື່ສານພາສາຈີນໄດ້ໃນຊີວິດປະຈຳວັນ.

ການຈັດແບ່ງລະດັບການຮຽນ

ການຮຽນເເມ່ນຈະເເບ່ງອອກເປັນ 12 ລະດັບ, ແຕ່ລະລະດັບໃຊ້ເວລາຮຽນ 2 ເທີມ (6 ເດືອນ) ສະຫລຸບການຮຽນຫຼັກສູດ Zhongwen ທັງໝົດຈະໃຊ້ເວລາ 6 ປີ. ຫລັງຈາກຮຽນຈົບນັກຮຽນຈະສາມາດ ສື່ສານພາສາຈີນໄດ້ໃນລະດັບດີ, ມີຄວາມຮູ້ດ້ານວັດທະນາທຳ ແລະ ໄວຍະກອນຈີນທີ່ແໜ້ນ, ຄວາມຮູ້ດ້ານ ພາສາຈີນທຽບເທົ່າ HSKລະດັບ 4, ສາມາດສອບເສັງ HSK 3-4 ໄດ້ ເພື່ອນຳໄປປະກອບເອກະສານໃນການ ຍື່ນທຶນໄປຮຽນຢູ່ ສປ ຈີນ ຫຼື ປະກອບເອກະສານໃນການເຮັດວຽກໄດ້.

ໂປແກມການຮຽນ

ໂປແກມການຮຽນຂອງພວກເຮົາຖືກອອກແບບມາເພື່ອຕອບສະໜອງຄວາມຕ້ອງການຂອງນັກຮຽນ ແລະ ສອດຄ່ອງຕໍ່ຄຸນລັກສະນະຂອງນັກຮຽນ, ເພາະພວກເຮົາແນເຫັນຄວາມສຳຄັນຂອງການຮຽນ ທີ່ມີຄວາມຕໍ່ເນື່ອງ ແລະ ພ້ອມກັນນັ້ນ ເພື່ອຍົກລະດັບຄຸນນະພາບຂອງການຮຽນເພີ່ມພາສາ ໃຫ້ມີປະສິດ ທິພາບສູງສຸດ ຈຶ່ງມີການຈັດແບ່ງໂປແກມອອກມາເປັນ 2 ແບບຄື:
1.ໂປແກມ 2+2 ແມ່ນຮຽນ Offline ໃນວັນເສົາ ແລະ ອາທິດ (1.5 ຊົ່ວໂມງ/ມື້) ບວກກັບການຮຽນ Online ໃນວັນອັງຄານ ແລະ ພະຫັດ(30 ນາທີ/ມື້) ລວມທັງໝົດ 4 ຊົ່ວໂມງ/ອາທິດ. ເທີມໜຶ່ງໃຊ້ເວລາ 3 ເດືອນ

2.ໂປແກມ 3 ແມ່ນຮຽນ Offline ໃນວັນທໍາມະດາ 3 ມື້/ອາທິດ ຈັນ, ພຸດ, ສຸກ ຫຼື ອັງຄານ, ພະຫັດ, ເສົາ (1.5 ຊົ່ວໂມງ/ມື້) ລວມທັງໝົດ 4.5ຊົ່ວໂມງ/ອາທິດ. ເທີມໜຶ່ງໃຊ້ເວລາ 3 ເດືອນ

ຮູບເເບບການສອນຂອງພວກເຮົາເເມ່ນມີຄວາມເເຕກຕ່າງຈາກທຸກໆສະຖາບັນການສຶກສາໃນ ປະເທດລາວ, ເພາະພວກເຮົານຳໃຊ້ການສອນເເບບ 2 ລະບົບ ນັ້ນກໍຄືການສອນ Offline (ການສອນໃນຫ້ອງຮຽນ), ຄຽງຄູ່ກັບການສອນ Online (ການສອນຜ່ານໂປແກມ Ai Zhongwen).

ການສອນ Offline ແມ່ນການສອນໃນຫ້ອງຮຽນ ສອນໂດຍອາຈານຈີນເຈົ້າຂອງພາສາ ຮ່ວມກັບ ອາຈານຜູ້ຊ່ວຍທີ່ສາມາດເວົ້າພາສາຈີນໄດ້. ເພື່ອຮັບປະກັນຄຸນນະພາບຂອງການຮຽນ ເເລະ ການໃສ່ໃຈ ນັກຮຽນຢ່າງທົ່ວເຖິງ, ການຮຽນຂອງພວກເຮົາຈະເນັ້ນການເສີມສ້າງແຮງບັນດານໃຈໃນການມັກຮັກ ພາສາຈີນ ດ້ວຍວິທີການສອນທີ່ມີຄວາມມ່ວນຊື່ນຜ່ານກິດຈະກຳທີ່ແຊກຊ້ອນເນື້ອໃນບົດຮຽນໄປໃນໂຕ ເຊັ່ນ: ການອ່ານນິທານ, ການຮ້ອງເພງ, ການສະແດງລະຄອນ, ການຮຽນຂຽນພູ່ກັນ, ການເຮັດຫັດຖະກຳ, ການເຮັດບົດເຝິກຫັດຕາມຕໍາລາຮຽນ, ເຊິ່ງຈະເປີດໂອກາດໃຫ້ນັກຮຽນໄດ້ປະຕິບັດ ແລະ ນໍາໃຊ້ພາສາຕົວຈິງ ເປັນເວທີໃຫ້ນັກຮຽນ ກ້າສະແດງອອກໃນການນໍາໃຊ້ພາສາ.

ການສອນ   Online ແມ່ນການສອນຜ່ານລະບົບເຕັກໂນໂລຊີທີ່ທັນສະໄຫມໂດຍການນຳໃຊ້ ຄອມພິວເຕີ້ ຫລື ສະມາດໂຟນທີ່ມີອີນເຕີເນັດ, ເຊິ່ງຖືກອອກແບບມາເພື່ອການທວນຄືນບົດຮຽນໃຫ້ແກ່ ໂປແກມ 2+2 ເຮັດໃຫ້ການສອນມີຄວາມຕໍ່ເນື່ອງ ແລະ ມີປະສິດທິພາບສູງຂຶ້ນ. ຈາກການທີ່ໄດ້ນຳໃຊ້ ເທັກໂນໂລຊີເຂົ້າໃນການສິດສອນພາສາ ສະເເດງໃຫ້ເຫັນວ່ານັກຮຽນທີ່ໄດ້ຮຽນຜ່ານທາງ Online ຄຽງຄູ່ໄປກັບການຮຽນ Offline ແມ່ນມີພັດທະນາການດ້ານພາສາໄວກວ່ານັກຮຽນທີ່ຮຽນພຽງເເຕ່ Offline ຢ່າງດຽວເຖິງ 30%. ການເກັບກຳຜົນດັ່ງກ່າວແມ່ນໄດ້ມາຈາກສູນສອນພາສາອັງກິດໃຫ້ ເດັກນ້ອຍຈີນ ທີ່ສູນ A-YO 国际少儿英语 ເຊິ່ງໄດ້ນຳໃຊ້ລະບົບສອນ Online ຄຽງຄູ່ໄປກັບການສອນ Offline ເປັນເວລາ 5 ປີ ແລະ ມັນຍັງໄດ້ຜົນຕອບຮັບທີ່ດີຫລາຍຈາກທາງນັກຮຽນ, ຜູ້ປົກຄອງ ລວມທັງ ອາຈານ.

ການໃຫ້ດາວແຮງບັນດາໃຈ

ພວກເຮົາໄດ້ມີລະບົບການສະສົມຄະແນນ(ດາວ)ສໍາລັບນັກຮຽນ ເພື່ອເສີມສ້າງແຮງບັນດານໃຈ ໃນການຮຽນພາສາດ້ວຍການສະສົມຄະແນນຈາກການປະພຶດໂຕທັງໃນຫ້ອງຮຽນ Offline ແລະ Online, ອາຈານສາມາດໃຫ້ຄະແນນນັກຮຽນໂດຍອີງໃສ່ມາດຕະຖານການໃຫ້ຄະແນນດັ່ງນີ້:
1.ນັກຮຽນມາຮຽນຕົງໂມງ.
2.ນັກຮຽນມີສ່ວນຮ່ວມໃນຫ້ອງຮຽນເຊັ່ນຍົກມືຕອບຄຳຖາມ ແລະ ອື່ນໆ.
3.ນັກຮຽນປະພຶດຕົນດີໃນຫ້ອງຮຽນ.
4.ນັກຮຽນຊ່ວຍເຫລືອນັກຮຽນຜູ້ອື່ນ.
5.ຄະເເນນວຽກບ້ານ.
6.ການປະພຶດອື່ນໆທີ່ອາຈານເຫັນວ່າສົມຄວນ.

ລະບົບການສະສົມຄະແນນ(ດາວແຮງບັນດາໃຈ) ມີໄວ້ເພື່ອຫຍັງ?

ລະບົບການສະສົມຄະແນນບໍ່ໄດ້ເປັນຜົນຊີ້ວັດຄຸນນະພາບການຮຽນຂອງນັກຮຽນ, ແຕ່ເປັນວິທີ ການໜຶ່ງເພື່ອດຶງສັກກະຍາພາບແຕ່ລະຈຸດຂອງນັກຮຽນອອກມາ, ຜັກດັນສະໜັບສະໜຸນຈຸດເດັ່ນຂອງ ນັກຮຽນໃຫ້ດີຂຶ້ນເລື້ອຍໆ ໃຫ້ນັກຮຽນຢາກຈະສືບຕໍ່ປະຕິບັດໃນສິ່ງທີ່ດີ ແລະ ຖືກຕ້ອງ, ຫລຸດຜ່ອນຈຸດອ່ອນຂອງນັກຮຽນໃຫ້ປັບປຸງພັດທະນາໄປພ້ອມໆກັນ, ເປັນການເຝິກຝົນຫຼໍ່ຫຼອມຄຸນສົມບັດ ແລະ ການປະພຶດໂຕຂອງນັກຮຽນຕັ້ງແຕ່ໄວຍັງເດັກ. ເມື່ອນັກຮຽນໄດ້ມີການສະສົມຄະເເນນດາວຈົນຮອດ ທ້າຍເທີມຈະມີການເເລກຂອງຂວັນອີງໃສ່ຄະເເນນທີ່ນັກຮຽນມີເຊິ່ງທາງອາຈານເເມ່ນຈະມີປື້ມລາຍການຂອງຂວັນໃຫ້ນັກຮຽນເລືອກໄວ້.

ການສອບເສັງ ແລະ ການມອບໃບຢັ້ງຢືນ

ສຳລັບເດັກ 7-12ປີ ທຸກໆເທີມຈະມີການສອບເສັງກາງເທີມ ແລະ ທ້າຍເທີມ. ຫຼັງຈາກຮຽນຈົບແຕ່ລະເທີມແມ່ນຈະມີການປະເມີນພັດທະນາການ ດ້ານການຮຽນ ແລະ ທັກສະແຕ່ລະດ້ານເຊັ່ນ: ການເວົ້າ, ການຂຽນ, ການອ່ານ, ການຟັງ, ການເຮັດກິດຈະກຳ ແລະ ການມາຮຽນ; ແລະ ຈະມີການມອບໃບຄະແນນໃຫ້ນັກຮຽນ. ຫຼັງຈາກຮຽນຈົບແຕ່ລະເຫຼັ້ມ ຈະມີການມອບໃບຢັ້ງຢືນການຮຽນ ແລະ ໃບຍ້ອງຍໍໃຫ້ກັບນັກຮຽນທຸກຄົນ.

ໃບຍ້ອງຍໍປະເພດຕ່າງໆ

ລະບົບການໃຫ້ໃບຍ້ອງຍໍປະເພດຕ່າງໆແມ່ນເປັນການສັງເກດລັກສະນະນິໄສຂອງນັກຮຽນແຕ່ລະຄົນ ແລ້ວຍົກສູງ, ເນັ້ນຢໍ້າຈຸດດີຂອງນັກຮຽນທີ່ນອກເໜືອຈາກດ້ານການຮຽນ ບໍ່ວ່າຈະເປັນຈຸດດີ ດ້ານຄຸນສົມບັດ, ດ້ານພຶດຕິກຳຕ່າງໆ ເຊິ່ງເປັນອີກວິທີການໜຶ່ງໃນການສ້າງແຮງບັນດານໃຈໃຫ້ແກ່ ນັກຮຽນ, ເພື່ອໃຫ້ນັກຮຽນຮູ້ສຶກພາບພູມໃຈ ແລະ ມີກໍາລັງໃຈໃນການສະແດງຈຸດເດັ່ນຂອງຕົນເອງ ອອກມາ. ພວກເຮົາຈະມອບລາງວັນນີ້ທຸກໆການຮຽນຈົບຕຳລາໜຶ່ງເຫຼັ້ມ ເຊິ່ງຈະແນໃສ່ຈຸດເດັ່ນດ້ານພຶດຕິກຳຂອງນັກຮຽນ, ຕົວຢ່າງຂອງລາງວັນຈະເປັນໃນລັກສະນະນີ້:
- ລາງວັນພັດທະນາການດີເດັ່ນ.
- ລາງວັນການປະພຶດດີເດັ່ນ.
- ລາງວັນກ້າສະແດງອອກ.
- ລາງວັນຄວາມເປັນຜູ້ນໍາ.
- ລາງວັນຂະຫຍັນພຽນ.
- ລາງວັນກະຕັນຍູ.
- ລາງວັນມາລະຍາດດີເດັ່ນ.
- ລາງວັນຊ່ວຍເຫຼືອຜູ້ອື່ນ.
- ລາງວັນອື່ນໆທີ່ອາຈານເຫັນວ່າເປັນອັນຄວນທີ່ຈະມອບໃຫ້.

ການເສັງທຽບວັດລະດັບ

ສຳລັບນັກຮຽນທີ່ເຂົ້າມາກາງຄັນ ແມ່ນທາງເຮົາຈະມີການເສັງທຽບລະດັບພາສາຈີນ ເພື່ອຈັດນັກຮຽນ ເຂົ້າໃນຫ້ອງທີ່ເໝາະກັບລະດັບພາສາຂອງນັກຮຽນ.

ກຸ່ມນັກຮຽນ

ກຸ່ມນັກຮຽນທີ່ເໝາະກັບຫຼັກສູດນີ້ແມ່ນ ເດັກນ້ອຍ 7-12 ປີ

1. Change simplification
General introduction to customer-centric strategies
1h, 20 min – 6 lessons
Lesson 1: Simple, attainable goals
20 min
Live meeting about Infotech Strategies
16 min
Quiz 1: Yes or No?
20 min
Lesson 2: A/B Testing
16 min
Quiz 2: Yes or No?
20 min
Lesson 3: Wrap up about A/B testing
16 min
Quiz 3: Yes or No?
20 min
2. Customer Advisory Board
General introduction to customer-centric strategies
1h, 20 min – 6 lessons
Lesson 4: Simple, attainable goals
20 min
Lesson 5: The role of Customer Advisory Board
16 min
Lesson 6: Customer Advisory Board Institutions
20 min
Mid-term test : 60-min writing test 5 questions
16 min
3. Object Transformation
General introduction to customer-centric strategies
1h, 20 min – 6 lessons
Lesson 7: Simple, attainable goals
20 min
Lesson 8: The role of Customer Advisory Board
16 min
Lesson 9: Customer Advisory Board Institutions
20 min
Mid-term test : 60-min writing test 5 questions
16 min
4. Final
General introduction to customer-centric strategies
1h, 20 min – 6 lessons
Final Test
1 hour

₭78000

Duration
15 weeks
Lectures

4

Enrolled

20 students

Language

English

Deadline

English

  • Duration: 1h
  • Capacity: 1

Price: 78,422

Kevin Kim